19/10/50

ພຣະ(ໄຕຮ)ຕຣັຍຕະປິດົກ ບົທທີ 1

ບົດ​ທີ 1
ລັກສະ​ນະ​ການຈັດ​ຮຽງ​ໝວດ​ໝູ່ຂອງ​ແຕ່ລະ​ປິ​ດົກ
ພຣະ​ໄຕຣປິ​ດົກນັ້ນ​ແບ່ງ​ອອກ​ເປັນ 3 ປີດົກ​ ຄື ພຣະວິນັຍ​ປິ​ດົກ, ພຣະສູຕຕັນຕະປິ​ດົກ ​ແລະ​ພຣະອະພິທັມ​ປີດົກຕາມ​ລຳດັບ ພຣະທັມມະ​ບູຮາ​ນຈານ​ຂອງ​ລາວ​ເຮົາ ​ໄດ້​ໃຊ້​ວິທີ​ຫຍໍ້​ຫົວ​ຂໍ້​ສຳຄັນ​ໃນ​ແຕ່ລະ​ປີດົກ ​ເພື່ອ​ຈັກ​ຈື່​ຈຳ​ໄດ້​ງ່າຍໆ​ໄດ້​ຫຍໍ້​ອັກສອນ ຕາມ​ຫົວ​ຂໍ້​ນັ້ນໆ ຄື ພຣະວິ​ນັຍ​ປິ​ດົກ ​ມີ 5 ອັກສອນ, ພຣະສູຕຕັນ​ຕະປິ​ດົກ ມີ 5 ອັກສອນ, ພຣະອະພິທັມ​ປິ​ດົກ ມີ 7 ອັກສອນ ດັ່ງ​ຕໍ່​ໄປ​ນີ້:…
1. ພຣະສູຕຕັນຕະປິ​ດົກ
ຫົວ​ຂໍ້​ຫຍໍ້​ແຫ່ງ​ພຣະສູຕຕັນ​ຕະປິ​ດົກ​ມີ ຄື ທິ, ມະ, ສັງ, ອັງ, ຂຸ ​ເຊິ່ງມີຣາຍລະອຽດ​ຕໍ່​ໄປ​ນີ້:
1.1- ທີ=ທີຄະ​ນິກາຍ: ​ແປ​ວ່າ ໝວດຍາວ ໝາຍ​ເຖິງ​ໝວດ​ທີ່ຣວບຣວມພຣະສູດ​ຂນາດ​ຍາວ​ເອົາ​ໄວ້​ເປັນ​ສ່ວນ ບໍ່​ໃຫ​້​ປົນ​ກັບ​ພຣະສູຕໝວດ​ອື່ນ, ​ໃນ​ໝວຍນີ້​ມີ​ພຣະສູຕລວມທັງ​ສິ້ນ 34 ພຣະສູຕ.
1.2- ມະ=ມັຊຊິ​ມະ​ນິກາຍ: ແປ​ວ່າ ໝວດກາງ ໝາຍ​ເຖິງ​ໝວດ​ທີ່ຣວບຣວມພຣະສູດ​ຂນາດ​ກາງ​ ບໍ່​ສັ້ນ​ເກີນ​ໄປ​ບໍ່​ຍາວ​ເກີນ​ໄປເອົາ​ໄວ້​ເປັນ​ສ່ວນ ​ໃນ​ໝວດ​ນີ້​ມີ​ພຣະສູຕ ທັງ​ສິ້ນຣວມ 152 ພຣະສູຕ.
1.3- ສັງ=ສັງ​ຍຸຕຕະນິກາຍ: ​​ແປ​ວ່າ ໝາ​ວດປະມວລ ຄື​ປະ​ມາລ​ເຣື່ອງປະ​ເພດ​ດຽວ​ກັນ​ໄວ້ ​ເປັນ​ໝວດ​ໝູ່​ເຊັ່ນ​ພຣະມະຫາ ກັສສະ​ປະ ຮຽກ​ວ່າ ກັສສະ​ປະ​ສັງ​ຍຸ​ຕ, ​ເຣື່ອງອິນ​ຊີຍ໌(ທັມມະ​ທີ່​ເປັນ​ໃຫຍ່​ໃນ​ໜ້າ​ທີ່​ຂອງ​ຕົນ) ຮຽກ​ວ່າ ອິນ​ຊິ​ສັງ​ຍຸຕ, ​ໃນ​ໝວດ​ນີ້ ຣວມພຣະສູຕທັງ​ສິ້ນ 7.762 ພຣະສູຕ.
1.4- ອັງ=ອັງ​ຂຸ​ທທະ​ກະນິກາຍ: ແປ​ວ່າ ໝວດ​ຍິ່ງ​ດ້ວຍ​ອົງຄ໌ ຄື ຈັດ​ທັມມະ​ໄວ້​ເປັນ​ໝວດໆ ຕາມ​ລຳດັບ​ຕົວ​ເລຂ​ເຊັ່ນ ໝວດ​ທັມມະ​ຂໍໍ້ດຽວ ​ຮຽກວ່າ​ເອກະ​ນິບາ​ຕ, ໝວດ​ທັມມະ 2 ຂໍ ຮຽກ​ວ່າ ທຸກ​ະ​ນິບາ​ຕ, ໝວດ​ທັມມະ 3 ຂໍ້​ຮຽກ​ວ່າ ຕິກ​ກະ​ນິບາ​ຕ ດັ່ງ​ນີ້​ເປັນຕົ້ນ, ຈົນ​ເຖິງ​ໝວດທັມມະ 10 ຂໍ້​ຮຽກ​ວ່າ ທະສະ​ກະ​ນິບາ​ຕ; ​ໃນ​ໝວດ​ນີ້​ມີ​ພຣະສູຕຣວມສັງ​ສິ້ນ 9.557 ພຣະສູຕ.
1.5- ຂຸ=ຂຸ​ທທະ​ກະ​ນິກາຍ: ແປ​ວ່າ ໝວດຍາວ ໝາຍ​ເຖິງ​ໝວດ​ທີ່ຣວບຣວມພຣະສູດ​ຂນາດ​ຍາວ​ເອົາ​ໄວ້​ເປັນ​ສ່ວນ ​ແປ​ວ່າ​ໝວດ​ເລັກ​ນ້ອຍ ຣວບຣວມຂໍ້​ທັມທີ່​ບໍ່​ໄດ້​ຈັດ​ເຂັ້າ​ໃນ 4 ໝວດ​ຂ້າງ​ເທິງນັ້ນ ​ເອົາ​ມາຣວມ​ໄວ້​ໃນ​ໝວດ​ນີ້​ທັງ​ໝົດ ​ໂດຍ​ຈະ​ແບ່ງ ​ເປັນ​ຫົວ​ຂໍ້​ໃຫຍ່​ມີ 15 ​ເຣື່ອງ ດັ່ງ​ລຸ​່ມນີ້:
1. ຂຸ​ທທະ​ກະ​ປາຖະ: ​​ແປ​ວ່າ ບົທສູຕ​ເລັກໆ​ນ້ອຍໆ ​ໂດຍ​ສ່ວນ​ຫຼາຍ​ແລ້ວ​ເປັນ​ບົທສູຕ​ສັ້ນໆ​ໃນ​ພຣະພຸ​ທທະ​ສາສນາ.
2. ທັມມະ​ບົທ: ແປ​ວ່າ ບົທ​ແຫ່ງ​ທັມ ຄື​ ທັມມະ​ພາສິຕສັ້ນໆ ປະມານ 300 ຫົວ​ຂໍ້, (ສ່ວນ​ເຣື່ອງພິສດາຣມີ​ທ້ອງ​ເຣື່ອງ ປະກອບ ປະ​ກົຕ​ໃນ​ອັຖະກະຖາ).
3. ​ອຸທານ: ​​​ແປ​ວ່າ ຄຳ​ທີ່​ເປັ່ງ​ອອກ​ມາ, ໝາຍ​ເຖິງ​ອຸທານ​ທີ່​ເປັນ​ທັມມະ​ພາສິຕ, ມີ​ທ້ອງ​ເຣື່ອງປະກອບ ​ເປັນ​ເຫ​ຕປາຣົພ​ໃນ​ການ​ເປັ່ງ​ອຸທານ ຂອງ​ພຣະພຸ​ທທະ​ເຈົ້າ.
4. ອິຕິ​ວຸຕກະ: ​​ແປ​ວ່າ “ຂ້ໍຄວາມ​ທີ່​ທ່ານ​ກ່າວ​ໄວ້​ຢ່າ​ງນີ້” ​ເປັນກາຣອ້າງ​ອິງ​ວ່າ​ພຣະພຸ​ທທະ​ເຈົ້າ ​ໄດ້​ຕັສຣ໌ຂໍ້ຄວາມ​ໄວ້ຢ່າງ​ນີ້ ບໍ່​ມີ​ເຣື່ອງປະກອບ ມີ​ແຕ່​ເຣື່ອງທີ່​ຂຶ້ນ​ຕົ້ນວ່າ “ຂ້າພະ​​ເຈົ້າ​ໄດ້​ຍິນ​ມາ​ວ່າ ພຣະຜູ້​ມີ​ພຣະພາກ​ເຈົ້າ​ເປັນ​ພຣະອໍຣະຫັນ​ຕ໌ ຕັສຣ໌​ໄວ້​ຢ່າງ​ນີ້”
5. ສຸຕຕະນິບາ​ຕ: ແປ​ວ່າ ຣວມພຣະສູຕ ຄືຣວບຣວມພຣະສູຕຂໍ້​ຍ່ອຍໆ ຕ່າງ​ໆ​ໄວ້​ດ້ວຍ​ກັນ ຄື ມີ​ສູຕບອກ​ກຳກັບ​ໄວ້.
6. ວິມານ​ວັຕຖຸ: ​ແປ​ວ່າ​ ເຣື່ອງຂອງ​ຜູ້​ໄດ້​ວິມານ ສະ​ແດງ​ເຫ​ຕຸ​ດີ ທີ່​ໃຫ້​ໄດ້ຜົລດີ​ຕາມ​ຄຳ​ບອກ​ເລົ່າ​ຂອງ​ຜູ້​ໄດ້ຜົລດີ​ນັ້ນໆ.
7. ​ເປຕະ​ວັຕຖຸ: ​ແປ​ວ່າ ​ເຣື່ອງຂອງ​ເຜຕ ຫຼື​ຜູ້​ລ່ວງລັບ​ໄປ ທີ່​ທຳ​ກັມ​ຊົ່ວ​ໄວ້.
8. ​ເຖຣະຄາຖາ: ​ແປ​ວ່າ ພາສິຕຕ່າງໆ ຂອງ​ພຣະ​ເຖຣະສາວົກ​ຜູ້​ເປັນ​ອໍຣະຫັນ​ຕ໌.
9. ​ເຖຣີຄະ​ຖາ: ​ ​ແປ​ວ່າ ພາສິຕຕ່າ​ງໆ ຂອງ​ພຣະ​ເຖຣີສາວົກ​ຜູ້​ເປັນ​ອໍຣະຫັນ​ຕ໌.
10. ຊາດົກ: ​​ແປ​ວ່າ ສະ​ແດງ​ພາສິຕຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ຄຳ​ສອນ​ປະ​ເພທ​ເລົ່າ​ນິທານ(ທ້ອງ​ເຣື່ອງພິສດາຣມີ​ໃນ​ອັຖກະຖາ ​ເຊັ່ນ​ດຽວ​ກັບ​ທັມມະ​ບົດ).
11. ນິ​ທເທສ: ​​ແປ​ວ່າ ບ​ອກກ່າວ ແບ່ງ​ອອກ​ເປັນຈຸລນິ​ເທສ ​ແລະ​ມະຫານິ​ເທສ ​ຄື ມະຫານິ​ເທສ ເປັນ​ຄຳ​ອະທິບາຍ​ພຣະພຸ​ທທະ​ພາສິຕ​ໃນ​ສຸຕຕະນິບາ​ຕ(ຂໍ້ 5) ຣວມ 16 ສູຕ, ສ່ວນ​ຈຸ​ລະ​ນິ​ເທສ ​ເປັນ​ຄຳ​ອະທິບາຍ​ພຸ​ທທະ​ພາສິຕ​ໃນ​ສຸຕຕະນິບາ​ຕ(ຂໍ້ 5) ວ່າ​ດ້ວຍ​ປັນຍາ​ຂອງ​ມານ​ົພ 16 ຄົນ, ກັບ​ຂັຄຄະມິ​ມານະ​ສູຕ ມີ​ກາຣລົງ​ຄວາມ​ເຫັນ​ວ່າ ​ເປັນ​ພາສິຕຂອງ​ພຣະສາຣີບຸ​ຕ​ເຖຣະ​ເຈົ້າ.
12. ​ປະຕິສັມພິທາ​ມັຄຄ໌: ​ແປ​ວ່າທາງ​ແຫ່ງ​ປັນຍາ​ອັ​ນ​ແຕກ​ສານ ​ເປັນ​ຄຳ​ອະທິບາຍ​ຫຼັກ​ທັມ​ທາງ​ພຣະພຸ​ທທະ​ສາສນາ ​ເຊິ່ງມີ​ມະຕິ​ວ່າ ພຣະສາມຣີບຸ​ຕ​​ເຖຣະໄດ້ກ່າວ​ໄວ້.
13. ອະ​ປະທານ: ​​ແປ​ວ່າ ຄຳ​ອ້າງ​ອິງ​ເປັນ​ປະວັຕສ່ວນ​ຕົວ ທີ່​ແຕ່ລະ​ທ່ານ​ເລົ່າ​ໄວ້ ​ເຊິ່ງອາຈ​ແບ່ງ​ໄດ້​ຄື ອາ​ດີ​ຕປະວັຕຂອງ​ພຣະພຸ​ທທະ​ເຈົ້າ, ຂ​ແງ​ພຣະ​ເຖຣະອໍຣະຫັນ​ຕ໌ສາວົກ, ຂອງ​ພຣະ​ເຖຣີອໍຣະຫັນ​ຕ໌ສາວິກາ, ສ່ວນ​ທີ່​ເປັນ​ປະວັຕກາຣທຳ​ຄວາມ​ດີ ຂອງ​ພຣະປັຈ​ເຈ​ກພຸ​ທທະ​ເຈົ້ານັ້ນ, ມີ​ຄຳ​ອະທິບາຍ​ເປັນ​ພຸ​ທທະ​ພາສິຕ ຕັສຣ໌​ເລົ່າ​ໃຫ້​ພຣະອານົນ​ທ໌ຟັງ.
14. ພຸ​ທທະ​ວັງ​ສະ: ​​ແປ​ວ່າ ວົງສ໌ຂອງ​ພຣະພຸ​ທທະ​ເຈົ້າ ຫຼັກກາຣຣວມອັນ​ເປ​ັນ​ເຣື່ອງສຳຄັນ​ແມ່ນ​ສະ​ແດງ​ປະວັຕ ຂອງ​ພຣະພຸ​ທທະ​ເຈົ້າ 24 ພຣະອົງຄ໌, ຣວມທັງ​ພຣະ​ໂຄຕະມະ​ພຸ​ທທະ​ເຈົ້້າດ້ວຍ ຈຶ່ງ​ເປັນ 25 ພຣະອົງຄ໌, ນອກ​ນັ້ນມີ​ເຣື່ອງຍ່ອຍ​ແຊກ​ມາ​ເລັກນ້ອຍ.
15. ຈະຣິຍາ​ປິ​ດົກ: ​​ແປ​ວ່າ ຄັມພີ​ສະ​​ແດງ​ຈະຣິຍາ ຄື ກາຣພ່ຳເພັງຈະຣິຍາ​ຕ່າງໆ, ຂອງ​ພຣະພຸ​ທທະ​ເຈົ້າ ​ເຊິ່ງ​​ແບ່ງ​ຫຼັກ​ໃຫຍ່​ອອກ​ເປັນ ທານ(ກາຣໃຫ້) ສີ​ລ (ກາຣຮັກ​ສາ​ກາຍ, ວາຈາ​ໃຫ້​ຮຽບຮ້ອຍ) ​ແລະ​ເນກຂັມມະ (ກາຣບວຊ).

ຂໍ​ສັງ​ເກຕທ້າຍ​ສຸດ​ພຣະສູຕຕັນ​ຕະປິ​ດົກ.

ພຣະສຸຕຕັນ​ຕະປີດົກ​ເຊິ່ງ​ແບ່ງ​ອ​ອກ​ເປັນ 5 ນິກາຍ, ດ່ັງ​ກ່າວ​ມາ​ແລ້ວ ຄື ທີຄະ​ນິກາຍ ຈົນ​ເຖິງ​ຂຸ​ທທະ​ກະ​ນິກາຍ​ນັ້ນ ບາງ​ຄັ້ງພຣະອັຖກະຖາ​ຈາຣຍ໌ ກ່າວ​ວ່າ 5 ນິກາຍ​ນີ້​ແລ້ວ ຈະ​ຮຽກ​ວ່າ​ປະມວລ​ໄດ້​ຄົບ, ທັງ 3 ປິ​ດົກ​ກໍ​ໄດ້ ຄື​ຖື​ວ່າ ນອກຈາກ​ພຣະພຸ​ທທະ​ວະ​ຈະ​ນະ ທີ່​ເຫຼືອ​ຈັດ​ເຂົ້າ​ໃນ​ຂຸ​ທທະ​ກະ​ນິກາຍ ຄືໝວ​ດຍ່ອມ​ທັງ​ໝົດ ຄື​ທັງ​ພຣະວິນັຍ​ປິ​ດົກ ​ແລະ​ພຣະອະພິທັມ​ມະ​ປິ​ດົ​ກ ຈັດ​ເຂົ້າ​ໃນ​ຂຸ​ທທະ​ກະ​ນິກາຍ​ທັງ​ສິ້ນ ຄຳ​ວ່າ ນິກາຍ​ນີ້ ​ໃນ​ບາງ​ແຫ່ງ​ໃຊ້​ຄຳ​ວ່າ ນິຄົມ ​ແທນ​ພຣະ​ໄຕຣປິ​ດົກ​ຝ່າຍ​ເຖຣະວາທປາ​ກົຕ​ແປ​ໃນ​ພາສາ​ຈີນ ຊາວ​ຈີນ​ໃຊ້​ຄຳ​ວ່າ​ອາຄົມ ໝາຍ​ຣວມ​ແທນພຣະ​ໄຕປິດົກ​ຂອງ​ຝ່າຍ​ເຖຣະວາ​ທ.
ກາຣນັບ​ຈຳນວນ​ສູຕນີ້​ກ່າວ​ຕາມ​ຫຼັກ​ຖານ ຂອງ​ອັຖກະຖາ ​ເພາະ​ໃນ​ສັງ​ຍຸ​ຕຕະນິກາຍ ​ແລະ​ອັງຄຸ​ຕຕະຣະນິກາຍ ບາງ​ແຫ​່ງກໍ​ບອກ​ຊື່​ສູຕ, ສ່ວນ​ໃຫຍ່​ບໍ່​ບອກ​ຊື່​ສູຕ.
ພຣະ​ໄຕປິດົກ​​ໃນ​ລາວ​ເຮົາ ສ່ວນ​ຫຼາຍ​ຈະ​ເປັນ​ໜັງສື​ໃບ​ລານ ປາກົຕຢູ່​ໃນ​ວັດ​ຕາມ​ຫົວ​ເມືອງ​ຕ່າງໆ ຫຼວງ​ຫຼາຍ ​ແຕ່​ສ່ວນ​ທີ່​ເປັນ​ຂອງ​ສະບັບ​ຫຼວງ​​ແຫ້ງ​ນະຄອຣຈັນທະ​ບູຣີສີສັຕນະ​ນາຄນນັ້ນ ຖື​ກຂົນ​ໄປຍັງ​ບາງກອກ ທາງ​ກາຣລາວ ​ໃນ​ສະ​ໄໝ​ທີ່​ສົມ​ເດັຈພຣະຍອດ​ແກ້ວ​ບຸນ​ທັນ ບຸບຜາຣັຕນ໌ ອົງຄ໌ພຣະສັງຄະຣາຊ ທັມມະ​ຍານະ​ມະຫາ​ເຖຣະ ຊົງ​ເປັນ​ພຣະປະ​ມຸຂສົງຄ໌ ຂອງ​ປະ​ເທສຣາຊະ​ອານາຈັກຣ໌ລາວນັ້ນ ຄາວ​ທີ່​ຣັຖບາ​ລລາວ​ຈະ​ສ້າງ​ພຣະ​ໄຕຣປິ​ດົກ​ສະບັບພາສາ​ລາວທັງ​ອັກສຣລາວ ​ແລະ​ອັກສຣທັມ ພາສາ​ປາລີ ​​ເຄີຍ​ຂໍໄປຍັງ​ປະ​ເທສ​ໄທຍ໌ ທາງ​ຝ່າຍ​ໄທຍ​ເຄີຍ​ໃຫ້​ມາ​ແຕ່​ບໍ່​ຄົບ ຂາດ​ເສັຍ​ຜູກ​ພຣະວິ​ນັຍ​ໄປ​ສ່ວນ​ໜຶ່ງ, ​​ສະບັບ​ອັກສຣທັມ​ນີ້ ທາງ​ຝ່າຍ​ໄທຍຊຳຮະ​ພຣະ​ໄຕຣປິດ​ົກຂອງ​ໄທຍຄັ້ງ​ໄດ້ ຈຳ​ເປັນ​ຕ້ອງຕັ້ງຄະນະ​ກັມມະກາຣໜຶ່ງ ກວດກາ​ແລະ​ຮຽບຮຽງ​ສະບັບ​ອັກສອນ​ທັມ​ດ້ວຍ ​ເພື່ອ​ເປັນ​ໜັງສື​ອ້າງ​ອິງ ​ໃນ​ກາຣຊຳຮະ​ພຣະ​ໄຕຣປິ​ດົກ​ສະບັບ​ພາສາ​ໄທຍ, ປັຈຈຸ​ບັນພຣະ​ໄຕຣປິ​ດົກ​ສະບັບ​ພາສາ​ລາວ​ນັ້ນ ທີ່​ພິມ​ເປັນ​ເຫັ້ຼມ​ໃນ​ປີ 1975 ສະບັບ​ອັກສອນ​ລາວ​ນັ້ນ ມີ​ພຽງ​ສາມ​ເຫັ້ມຄື ພຣະວິ​ນັຍ​ປິດ​ົກ​​ເຫຼັ້ມ 1 ພຣະສູຕຕັນ​ຕະປິ​ດົກ​ເຫຼັ້ມ 1, ​ແລະພຣະອະພິທັມ​ມະ​ປິກ​ເຫຼັ້ມ 1 ​ເທົ່າ​ນັ້ນ ຍັງ​ບໍ່​ທັນ​ພິມ​ຄົບ​ທຸກ​ເຫຼັ້​​ມ​ເລີຍ ກໍ​ຕ້ອງ​ປົກ​ປ່ອຍ​ກ່ອນ, ສ່ວນ​ພຣະ​ໄຕຣປິດ​ອົກ​ອັກສອຣທັມ ​ເປັນ​ພາສາ​ປາລີ​ນັ້ນ ມີ​ຄົບ ພິມ​ສລອງ​ເຄິ່ງພຸດທະການ 2500 ຍັງ​ເຫຼືອ​ຢູ່​ໃນ​ຕູ້​ພຣະ​ໄຕຣປິ​ດົກ​ໃນ​ວັດ ​ໃຫຍ່ຕ່າງໆ ທົ່ວ​ເທສລາວ, ຫຼື​ທີ່​ຫໍສະ​ໝຸດ​ແຫ່ງ​ຊາຕ ​ແລະ​ພຣະບໍຣົມມະຫາຣາຊະ​ວັງ​ຫຼວງ​ພຣະບາງ​ກໍ​ຍັງ​ມີ ​ໃຫ້​ເບິ່ງ​ຢູ່ ສ່ວນ​ສະບັບ​ອັກສຣທັມ ​ທີ່​ຈາຣໃສ່​ໃບ​ລານ ​ແມ່ນ​ມີ​ທົ່ວ​ໄປ ໃນວັດຕ່າງໆທາງ​ໂຄງການ​ເກັບ​ກຳ​ໃບ​ລານ​ລາວ ໄດ້ຂຶ້ນທະບຽນ ແລະຖ່າຍ​ໄມ​ໂຄຣຟິມ​ໄວ້ສ່ວນໜຶ່ງ​ແລ້ວ।

16/10/50

ຮູບພຣະອາຈາຣຍ໌ຊາຄຳແດງ


ຮູບນີ້ເປັນຮູບພຣະອາຈາຣຍ໌ຊາຄຳແດງ ເປັນຮູບທີ່ຄວນສະສົມເອົາໄວ້ ເພີ່ນເປັນເກຈິອາຈາຣຍ໌ອົງຄ໌ສຳຄັນຂອງລາວໃນຍຸກ 60 ແລະ 70 ເພີ່ນຢູ່ວັດທ່າໝາກເຫັບ ໄດ້ສ້າງວັດໂພນປ່າເປົ້າ ແລະສ້າງວັດຫ້ວຍແມ່ສັງ ໃຜຮູ້ຂໍ້ມູນເພີ່ມຕື່ມໃຫ້ສົ່ງມາທາງ ອີ-ແມລ ແລະຫ້ອງສົ່ງຄວາມເຫັນໃຫ້ແນ່