ບົດທີ 1
ລັກສະນະການຈັດຮຽງໝວດໝູ່ຂອງແຕ່ລະປິດົກ
ພຣະໄຕຣປິດົກນັ້ນແບ່ງອອກເປັນ 3 ປີດົກ ຄື ພຣະວິນັຍປິດົກ, ພຣະສູຕຕັນຕະປິດົກ ແລະພຣະອະພິທັມປີດົກຕາມລຳດັບ ພຣະທັມມະບູຮານຈານຂອງລາວເຮົາ ໄດ້ໃຊ້ວິທີຫຍໍ້ຫົວຂໍ້ສຳຄັນໃນແຕ່ລະປີດົກ ເພື່ອຈັກຈື່ຈຳໄດ້ງ່າຍໆໄດ້ຫຍໍ້ອັກສອນ ຕາມຫົວຂໍ້ນັ້ນໆ ຄື ພຣະວິນັຍປິດົກ ມີ 5 ອັກສອນ, ພຣະສູຕຕັນຕະປິດົກ ມີ 5 ອັກສອນ, ພຣະອະພິທັມປິດົກ ມີ 7 ອັກສອນ ດັ່ງຕໍ່ໄປນີ້:…
1. ພຣະສູຕຕັນຕະປິດົກ
ຫົວຂໍ້ຫຍໍ້ແຫ່ງພຣະສູຕຕັນຕະປິດົກມີ ຄື ທິ, ມະ, ສັງ, ອັງ, ຂຸ ເຊິ່ງມີຣາຍລະອຽດຕໍ່ໄປນີ້:
1.1- ທີ=ທີຄະນິກາຍ: ແປວ່າ ໝວດຍາວ ໝາຍເຖິງໝວດທີ່ຣວບຣວມພຣະສູດຂນາດຍາວເອົາໄວ້ເປັນສ່ວນ ບໍ່ໃຫ້ປົນກັບພຣະສູຕໝວດອື່ນ, ໃນໝວຍນີ້ມີພຣະສູຕລວມທັງສິ້ນ 34 ພຣະສູຕ.
1.2- ມະ=ມັຊຊິມະນິກາຍ: ແປວ່າ ໝວດກາງ ໝາຍເຖິງໝວດທີ່ຣວບຣວມພຣະສູດຂນາດກາງ ບໍ່ສັ້ນເກີນໄປບໍ່ຍາວເກີນໄປເອົາໄວ້ເປັນສ່ວນ ໃນໝວດນີ້ມີພຣະສູຕ ທັງສິ້ນຣວມ 152 ພຣະສູຕ.
1.3- ສັງ=ສັງຍຸຕຕະນິກາຍ: ແປວ່າ ໝາວດປະມວລ ຄືປະມາລເຣື່ອງປະເພດດຽວກັນໄວ້ ເປັນໝວດໝູ່ເຊັ່ນພຣະມະຫາ ກັສສະປະ ຮຽກວ່າ ກັສສະປະສັງຍຸຕ, ເຣື່ອງອິນຊີຍ໌(ທັມມະທີ່ເປັນໃຫຍ່ໃນໜ້າທີ່ຂອງຕົນ) ຮຽກວ່າ ອິນຊິສັງຍຸຕ, ໃນໝວດນີ້ ຣວມພຣະສູຕທັງສິ້ນ 7.762 ພຣະສູຕ.
1.4- ອັງ=ອັງຂຸທທະກະນິກາຍ: ແປວ່າ ໝວດຍິ່ງດ້ວຍອົງຄ໌ ຄື ຈັດທັມມະໄວ້ເປັນໝວດໆ ຕາມລຳດັບຕົວເລຂເຊັ່ນ ໝວດທັມມະຂໍໍ້ດຽວ ຮຽກວ່າເອກະນິບາຕ, ໝວດທັມມະ 2 ຂໍ ຮຽກວ່າ ທຸກະນິບາຕ, ໝວດທັມມະ 3 ຂໍ້ຮຽກວ່າ ຕິກກະນິບາຕ ດັ່ງນີ້ເປັນຕົ້ນ, ຈົນເຖິງໝວດທັມມະ 10 ຂໍ້ຮຽກວ່າ ທະສະກະນິບາຕ; ໃນໝວດນີ້ມີພຣະສູຕຣວມສັງສິ້ນ 9.557 ພຣະສູຕ.
1.5- ຂຸ=ຂຸທທະກະນິກາຍ: ແປວ່າ ໝວດຍາວ ໝາຍເຖິງໝວດທີ່ຣວບຣວມພຣະສູດຂນາດຍາວເອົາໄວ້ເປັນສ່ວນ ແປວ່າໝວດເລັກນ້ອຍ ຣວບຣວມຂໍ້ທັມທີ່ບໍ່ໄດ້ຈັດເຂັ້າໃນ 4 ໝວດຂ້າງເທິງນັ້ນ ເອົາມາຣວມໄວ້ໃນໝວດນີ້ທັງໝົດ ໂດຍຈະແບ່ງ ເປັນຫົວຂໍ້ໃຫຍ່ມີ 15 ເຣື່ອງ ດັ່ງລຸ່ມນີ້:
1. ຂຸທທະກະປາຖະ: ແປວ່າ ບົທສູຕເລັກໆນ້ອຍໆ ໂດຍສ່ວນຫຼາຍແລ້ວເປັນບົທສູຕສັ້ນໆໃນພຣະພຸທທະສາສນາ.
2. ທັມມະບົທ: ແປວ່າ ບົທແຫ່ງທັມ ຄື ທັມມະພາສິຕສັ້ນໆ ປະມານ 300 ຫົວຂໍ້, (ສ່ວນເຣື່ອງພິສດາຣມີທ້ອງເຣື່ອງ ປະກອບ ປະກົຕໃນອັຖະກະຖາ).
3. ອຸທານ: ແປວ່າ ຄຳທີ່ເປັ່ງອອກມາ, ໝາຍເຖິງອຸທານທີ່ເປັນທັມມະພາສິຕ, ມີທ້ອງເຣື່ອງປະກອບ ເປັນເຫຕປາຣົພໃນການເປັ່ງອຸທານ ຂອງພຣະພຸທທະເຈົ້າ.
4. ອິຕິວຸຕກະ: ແປວ່າ “ຂ້ໍຄວາມທີ່ທ່ານກ່າວໄວ້ຢ່າງນີ້” ເປັນກາຣອ້າງອິງວ່າພຣະພຸທທະເຈົ້າ ໄດ້ຕັສຣ໌ຂໍ້ຄວາມໄວ້ຢ່າງນີ້ ບໍ່ມີເຣື່ອງປະກອບ ມີແຕ່ເຣື່ອງທີ່ຂຶ້ນຕົ້ນວ່າ “ຂ້າພະເຈົ້າໄດ້ຍິນມາວ່າ ພຣະຜູ້ມີພຣະພາກເຈົ້າເປັນພຣະອໍຣະຫັນຕ໌ ຕັສຣ໌ໄວ້ຢ່າງນີ້”
5. ສຸຕຕະນິບາຕ: ແປວ່າ ຣວມພຣະສູຕ ຄືຣວບຣວມພຣະສູຕຂໍ້ຍ່ອຍໆ ຕ່າງໆໄວ້ດ້ວຍກັນ ຄື ມີສູຕບອກກຳກັບໄວ້.
6. ວິມານວັຕຖຸ: ແປວ່າ ເຣື່ອງຂອງຜູ້ໄດ້ວິມານ ສະແດງເຫຕຸດີ ທີ່ໃຫ້ໄດ້ຜົລດີຕາມຄຳບອກເລົ່າຂອງຜູ້ໄດ້ຜົລດີນັ້ນໆ.
7. ເປຕະວັຕຖຸ: ແປວ່າ ເຣື່ອງຂອງເຜຕ ຫຼືຜູ້ລ່ວງລັບໄປ ທີ່ທຳກັມຊົ່ວໄວ້.
8. ເຖຣະຄາຖາ: ແປວ່າ ພາສິຕຕ່າງໆ ຂອງພຣະເຖຣະສາວົກຜູ້ເປັນອໍຣະຫັນຕ໌.
9. ເຖຣີຄະຖາ: ແປວ່າ ພາສິຕຕ່າງໆ ຂອງພຣະເຖຣີສາວົກຜູ້ເປັນອໍຣະຫັນຕ໌.
10. ຊາດົກ: ແປວ່າ ສະແດງພາສິຕຕ່າງໆ ທີ່ກ່ຽວຂ້ອງກັບຄຳສອນປະເພທເລົ່ານິທານ(ທ້ອງເຣື່ອງພິສດາຣມີໃນອັຖກະຖາ ເຊັ່ນດຽວກັບທັມມະບົດ).
11. ນິທເທສ: ແປວ່າ ບອກກ່າວ ແບ່ງອອກເປັນຈຸລນິເທສ ແລະມະຫານິເທສ ຄື ມະຫານິເທສ ເປັນຄຳອະທິບາຍພຣະພຸທທະພາສິຕໃນສຸຕຕະນິບາຕ(ຂໍ້ 5) ຣວມ 16 ສູຕ, ສ່ວນຈຸລະນິເທສ ເປັນຄຳອະທິບາຍພຸທທະພາສິຕໃນສຸຕຕະນິບາຕ(ຂໍ້ 5) ວ່າດ້ວຍປັນຍາຂອງມານົພ 16 ຄົນ, ກັບຂັຄຄະມິມານະສູຕ ມີກາຣລົງຄວາມເຫັນວ່າ ເປັນພາສິຕຂອງພຣະສາຣີບຸຕເຖຣະເຈົ້າ.
12. ປະຕິສັມພິທາມັຄຄ໌: ແປວ່າທາງແຫ່ງປັນຍາອັນແຕກສານ ເປັນຄຳອະທິບາຍຫຼັກທັມທາງພຣະພຸທທະສາສນາ ເຊິ່ງມີມະຕິວ່າ ພຣະສາມຣີບຸຕເຖຣະໄດ້ກ່າວໄວ້.
13. ອະປະທານ: ແປວ່າ ຄຳອ້າງອິງເປັນປະວັຕສ່ວນຕົວ ທີ່ແຕ່ລະທ່ານເລົ່າໄວ້ ເຊິ່ງອາຈແບ່ງໄດ້ຄື ອາດີຕປະວັຕຂອງພຣະພຸທທະເຈົ້າ, ຂແງພຣະເຖຣະອໍຣະຫັນຕ໌ສາວົກ, ຂອງພຣະເຖຣີອໍຣະຫັນຕ໌ສາວິກາ, ສ່ວນທີ່ເປັນປະວັຕກາຣທຳຄວາມດີ ຂອງພຣະປັຈເຈກພຸທທະເຈົ້ານັ້ນ, ມີຄຳອະທິບາຍເປັນພຸທທະພາສິຕ ຕັສຣ໌ເລົ່າໃຫ້ພຣະອານົນທ໌ຟັງ.
14. ພຸທທະວັງສະ: ແປວ່າ ວົງສ໌ຂອງພຣະພຸທທະເຈົ້າ ຫຼັກກາຣຣວມອັນເປັນເຣື່ອງສຳຄັນແມ່ນສະແດງປະວັຕ ຂອງພຣະພຸທທະເຈົ້າ 24 ພຣະອົງຄ໌, ຣວມທັງພຣະໂຄຕະມະພຸທທະເຈົ້້າດ້ວຍ ຈຶ່ງເປັນ 25 ພຣະອົງຄ໌, ນອກນັ້ນມີເຣື່ອງຍ່ອຍແຊກມາເລັກນ້ອຍ.
15. ຈະຣິຍາປິດົກ: ແປວ່າ ຄັມພີສະແດງຈະຣິຍາ ຄື ກາຣພ່ຳເພັງຈະຣິຍາຕ່າງໆ, ຂອງພຣະພຸທທະເຈົ້າ ເຊິ່ງແບ່ງຫຼັກໃຫຍ່ອອກເປັນ ທານ(ກາຣໃຫ້) ສີລ (ກາຣຮັກສາກາຍ, ວາຈາໃຫ້ຮຽບຮ້ອຍ) ແລະເນກຂັມມະ (ກາຣບວຊ).
ຂໍສັງເກຕທ້າຍສຸດພຣະສູຕຕັນຕະປິດົກ.
ພຣະສຸຕຕັນຕະປີດົກເຊິ່ງແບ່ງອອກເປັນ 5 ນິກາຍ, ດ່ັງກ່າວມາແລ້ວ ຄື ທີຄະນິກາຍ ຈົນເຖິງຂຸທທະກະນິກາຍນັ້ນ ບາງຄັ້ງພຣະອັຖກະຖາຈາຣຍ໌ ກ່າວວ່າ 5 ນິກາຍນີ້ແລ້ວ ຈະຮຽກວ່າປະມວລໄດ້ຄົບ, ທັງ 3 ປິດົກກໍໄດ້ ຄືຖືວ່າ ນອກຈາກພຣະພຸທທະວະຈະນະ ທີ່ເຫຼືອຈັດເຂົ້າໃນຂຸທທະກະນິກາຍ ຄືໝວດຍ່ອມທັງໝົດ ຄືທັງພຣະວິນັຍປິດົກ ແລະພຣະອະພິທັມມະປິດົກ ຈັດເຂົ້າໃນຂຸທທະກະນິກາຍທັງສິ້ນ ຄຳວ່າ ນິກາຍນີ້ ໃນບາງແຫ່ງໃຊ້ຄຳວ່າ ນິຄົມ ແທນພຣະໄຕຣປິດົກຝ່າຍເຖຣະວາທປາກົຕແປໃນພາສາຈີນ ຊາວຈີນໃຊ້ຄຳວ່າອາຄົມ ໝາຍຣວມແທນພຣະໄຕປິດົກຂອງຝ່າຍເຖຣະວາທ.
ກາຣນັບຈຳນວນສູຕນີ້ກ່າວຕາມຫຼັກຖານ ຂອງອັຖກະຖາ ເພາະໃນສັງຍຸຕຕະນິກາຍ ແລະອັງຄຸຕຕະຣະນິກາຍ ບາງແຫ່ງກໍບອກຊື່ສູຕ, ສ່ວນໃຫຍ່ບໍ່ບອກຊື່ສູຕ.
ພຣະໄຕປິດົກໃນລາວເຮົາ ສ່ວນຫຼາຍຈະເປັນໜັງສືໃບລານ ປາກົຕຢູ່ໃນວັດຕາມຫົວເມືອງຕ່າງໆ ຫຼວງຫຼາຍ ແຕ່ສ່ວນທີ່ເປັນຂອງສະບັບຫຼວງແຫ້ງນະຄອຣຈັນທະບູຣີສີສັຕນະນາຄນນັ້ນ ຖືກຂົນໄປຍັງບາງກອກ ທາງກາຣລາວ ໃນສະໄໝທີ່ສົມເດັຈພຣະຍອດແກ້ວບຸນທັນ ບຸບຜາຣັຕນ໌ ອົງຄ໌ພຣະສັງຄະຣາຊ ທັມມະຍານະມະຫາເຖຣະ ຊົງເປັນພຣະປະມຸຂສົງຄ໌ ຂອງປະເທສຣາຊະອານາຈັກຣ໌ລາວນັ້ນ ຄາວທີ່ຣັຖບາລລາວຈະສ້າງພຣະໄຕຣປິດົກສະບັບພາສາລາວທັງອັກສຣລາວ ແລະອັກສຣທັມ ພາສາປາລີ ເຄີຍຂໍໄປຍັງປະເທສໄທຍ໌ ທາງຝ່າຍໄທຍເຄີຍໃຫ້ມາແຕ່ບໍ່ຄົບ ຂາດເສັຍຜູກພຣະວິນັຍໄປສ່ວນໜຶ່ງ, ສະບັບອັກສຣທັມນີ້ ທາງຝ່າຍໄທຍຊຳຮະພຣະໄຕຣປິດົກຂອງໄທຍຄັ້ງໄດ້ ຈຳເປັນຕ້ອງຕັ້ງຄະນະກັມມະກາຣໜຶ່ງ ກວດກາແລະຮຽບຮຽງສະບັບອັກສອນທັມດ້ວຍ ເພື່ອເປັນໜັງສືອ້າງອິງ ໃນກາຣຊຳຮະພຣະໄຕຣປິດົກສະບັບພາສາໄທຍ, ປັຈຈຸບັນພຣະໄຕຣປິດົກສະບັບພາສາລາວນັ້ນ ທີ່ພິມເປັນເຫັ້ຼມໃນປີ 1975 ສະບັບອັກສອນລາວນັ້ນ ມີພຽງສາມເຫັ້ມຄື ພຣະວິນັຍປິດົກເຫຼັ້ມ 1 ພຣະສູຕຕັນຕະປິດົກເຫຼັ້ມ 1, ແລະພຣະອະພິທັມມະປິກເຫຼັ້ມ 1 ເທົ່ານັ້ນ ຍັງບໍ່ທັນພິມຄົບທຸກເຫຼັ້ມເລີຍ ກໍຕ້ອງປົກປ່ອຍກ່ອນ, ສ່ວນພຣະໄຕຣປິດອົກອັກສອຣທັມ ເປັນພາສາປາລີນັ້ນ ມີຄົບ ພິມສລອງເຄິ່ງພຸດທະການ 2500 ຍັງເຫຼືອຢູ່ໃນຕູ້ພຣະໄຕຣປິດົກໃນວັດ ໃຫຍ່ຕ່າງໆ ທົ່ວເທສລາວ, ຫຼືທີ່ຫໍສະໝຸດແຫ່ງຊາຕ ແລະພຣະບໍຣົມມະຫາຣາຊະວັງຫຼວງພຣະບາງກໍຍັງມີ ໃຫ້ເບິ່ງຢູ່ ສ່ວນສະບັບອັກສຣທັມ ທີ່ຈາຣໃສ່ໃບລານ ແມ່ນມີທົ່ວໄປ ໃນວັດຕ່າງໆທາງໂຄງການເກັບກຳໃບລານລາວ ໄດ້ຂຶ້ນທະບຽນ ແລະຖ່າຍໄມໂຄຣຟິມໄວ້ສ່ວນໜຶ່ງແລ້ວ।
19/10/50
16/10/50
ຮູບພຣະອາຈາຣຍ໌ຊາຄຳແດງ
สมัครสมาชิก:
บทความ (Atom)

